ກອງປະຊຸມປຶກສາຫາລືເພື່ອຮ່າງຍຸດທະສາດການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ2021-2025

Published on 2020-10-08
ໃນລະຫວ່າງ 21-23 ກັນຍາ 2020, ຫ້ອງການ ຄຊກລ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຮ່າງແຜນຍຸດທະສາດ ວ່າດ້ວຍການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ ສປປ ລາວ 2021-2025, ທີ່ທ່າລາດ ແຂວງວຽງຈັນ ໄດ້ຮັບການສະໜັບສະໜູນໂດຍ ອົງການ KOICA ແລະ ອົງການ UNDP ຊຶ່ງເປັນຜູ້ສະໜັບສະໜູນຫຼັກເປັນໄລຍະເວລາທີ່ຍາວນານໃຫ້ແກ່ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.
ກອງປະຊຸມທົບທວນຍຸດທະສາດການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ 2014-2020 ແມ່ນໄດ້ຈັດຂື້ນເປັນຄັ້ງທີ່ສອງຊຶ່ງຄັ້ງທຳອິດຈັດຂື້ນໃນເດືອນກັນຍາ 2019. ກອງປະຊຸມຄັ້ງນີ້ແມ່ນໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາຮ່າງກອບຍຸດທະສາດການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ສະບັບໃໝ່ ແລະ ໄດ້ກະກຽມແຜນການຮ່າງຍຸດທະສາດດັ່ງກ່າວນີ້ເພື່ອໃຫ້ສຳເລັດຜົນຕາມແຜນ. ກອງປະຊຸມດັ່ງກ່າວນີ້ມີຕາງໜ້າຈາກບັນດາກະຊວງການທີ່ກ່ຽວຂ້ອງເຂົ້າຮ່ວມເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕົວແທນຈາກຂະ ແໜງການຄົນພິການ, COPE, LDPA, LDWDC, QLA, UNDP, WE, HI ແລະ ຜູ້ຕາງໜ້າຈາກສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ. ກອງປະຊຸມແມ່ນໄດ້ຮັບຟັງການສະເໜີຄວາມຄິດເຫັນຕ່າງໆຈາກຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ, ໃນນັ້ນມີຜູ້ລອດຊີວິດໄດ້ນຳສະເໜີບັນຫາສິ່ງທ້າທາຍຂອງການດຳລົງຊີວິດຕໍ່ກອງປະຊຸມ ແລະ ໄດ້ພ້ອມກັນນຳສະເໜີບັນຫາຕ່າງໆເພື່ອປັບປຸງແຜນຍຸດທະສາດການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ.
ກອງປະຊຸມປຶກສາຫາລືສາມາດຕີລາຄາໄດ້ວ່າ ແມ່ນໄດ້ຮັບຜົນສຳເລັດຕາມແຜນການ ແລະ ຈຸດປະສົງຂອງກອງປະຊຸມທີ່ໄດ້ກຳນົດໄວ້ ເປັນຕົ້ນແມ່ນ ໂຄງຮ່າງຂອງຍຸດທະສາດ, ແຜນການຮ່າງຍຸດທະສາດດັ່ງກ່າວນີ້ເພື່ອໃຫ້ສຳເລັດຜົນຕາມແຜນການ, ບາດກ້າວຕໍ່ ໄປແມ່ນຈະໄດ້ລວບລວມບັນດາເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງກັບວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ ທັນແຕກທີ່ຕົກຄ້າງເພື່ອມາຄົ້ນຄວ້າບັນດາເນື້ອໃນເພື່ອປະກອບເຂົ້າໃນເປົ້າໝາຍ ແລະ ກອບຂອງແຜນຍຸດທະສາດດັ່ງກ່າວນີ້.
ນອກຈາກນີ້ ອົງການ KOICA ຈະສືບຕໍ່ໃຫ້ການສະໜັບສະໜູນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ໂດຍຜ່ານ ຫ້ອງການ ຄຊກລ ເພື່ອໃຫ້ການສະໜັບສະໜູນຜູ້ລອດຊີວິດຈາກລະເບີດບໍ່ທັນແຕກຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ, ຊຶ່ງໄດ້ເລີ່ມຕົ້ນແຕ່ປີ 2019 ຫາປີ 2022.