ການແຂ່ງຂັນແຕ່ງກອນ, ຂຽນບົດຄວາມ, ຮູບພາບ, ຮູບພາບເຄື່ອນໄຫວ ຫຼື ວິດີໂອສັ້ນ.

Published on 15/05/2024

ການແຂ່ງຂັນຄັ້ງນີ້ເປັນການເຊີນຊວນໄວໜຸ່ມແຕ່ ອາຍຸ 18-29 ປີ ເພື່ອແລກປ່ຽນແນວຄິດ, ຄວາມເຂົ້າໃຈ ແລະ ທັດສະນະກ່ຽວກັບ ຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ ທີ່ສົ່ງຜົນກະທົບຕໍ່ຊີວິດ ແລະ ສຸມໃສ່ຈຸດປະສົງດັ່ງລຸ່ມນີ້: • ລະເບີດບໍ່ທັນແຕກກີດຂວາງການພັດທະນາແບບຍືນຍົງແນວໃດ? • ການສຶກສາອົບຮົມຊາວໜຸ່ມກ່ຽວກັບລະເບີດບໍ່ທັນແຕກ ສາມາດປົກປ້ອງຊີວິດໃຫ້ປອດໄພຈາກ ລະເບີດບໍ່ທັນແຕກແນວໃດ? • ການເກືອດຫ້າມອາວຸດຂອງສາກົນສາມາດປະກອບສ່ວນໃນເປົ້າໝາຍການຫຼຸດຜ່ອນອາວຸດເພື່ອມະນຸດສະທຳແນວໃດ. ຜ່ານການແຕ່ງກອນ, ຂຽນບົດຄວາມ, ຮູບພາບ, ຮູບພາບເຄື່ອນໄຫວ ຫຼື ວິດີໂອສັ້ນ.