ສຳເລັດການທຳລາຍບົມໃຫຍ່ ຢູ່ບ້ານ ເສັດຄົດ ເມືອງປາກຊ່ອງ ແຂວງຈຳປາສັກ

Published on 23/05/2024

ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຍັງຈະສຶບຕໍ່ເປັນໄພຂົ່ມຂູ່, ສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນເຂດພື້ນທີ່ມີ ລບຕ. ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ຮັບການລາຍງານ ພົບເຫັນບົມໃຫຍ່ທີ່ຖີ້ມຈາກເຮືອບິນໃນປາງສົງຄາມ ເຊິ່ງມີຄວາມອັນຕະລາຍສູງ ຈຳນວນ 1 ໜ່ວຍ MK82, 500 ປອນ (226.79 ກິໂລ) ຢູ່ ບ້ານເສັດຄົດ ເມືອງປາກຊ່ອງ ແຂວງຈໍາປາສັກ. ຈຶ່ງຈຳເປັນຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເພາະວ່າເປັນພື້ນທີ່ ທີ່ມີຊຸມຊົນໜາແໜ້ານ ແລະ ມີຄວາມອັນຕະລາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ບັນຫາດັ່ງກ່າວ ຫ້ອງການ ຄຊກລ ພ້ອມດ້ວຍຄະນະຈາກອົງການປົກຄອງແຂວງຈຳປາສັກ, ເມືອງ ແລະ ບ້ານ. ອົງການເອັນພີເອ, ວິຊາການທໍາລະເບີດຂັ້ນສູງ SEOD ປະຈຳ ຫຄຊກລ ແລະ ອົງການເອັນພີເອ ລົງສຳຫຼວດ-ເກັບກຳຂໍ້ມູນ ບົມໃຫ່ຍຕົວຈິງເພື່ອວາງແຜນທຳລາຍ. ບົມໃຫຍ່ໜ່ວຍດັ່ງກ່າວໄດ້ທຳລາຍສຳເລັດ ໃນວັນທີ 22 ພຶດສະພາ 2024. ການທຳລາຍແມ່ນອີງຕາມມາດຕະຖານແຫ່ງຊາດ ເພື່ອຄວາມປອດໄພແມ່ນໄດ້ເຄື່ອນຍ້າຍປະຊາຊົນ, ວັດຖຸຊັບສິນອັນມີຄຸນຄາ, ສັດລ້ຽງ ຢູ່ໃນລັດສະໜີ 1.500 ແມັດມົນທົນ. ບໍ່ອະນຸຍາດໃຫ້ມີການສັນຈອນໃນບໍລິເວນດັ່ງກ່າວ, ປິດສໍານັກງານ, ປິດໄຟຟ້າ, ປິດປໍ້ານໍ້າມັນ ແລະ ອື່ນໆ. ການທໍາລາຍລະເບີດແມ່ນໄດ້ສໍາເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ ແລະ ແຜນການທີ່ວາງໄວ້ ເຊິ່ງໄດ້ຮັບການຮ່ວມມືຈາກທຸກພາກສ່ວນຂອງເມືອງ, ແຂວງ ແລະ ສູນກາງ.