ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຳປີ 2024

Published on 28/06/2024

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈັດຂື້ນໃນຕອນບ່າຍ ວັນທີ 27 ມີຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ເຂົ້າຮ່ວມໂດຍ ທ່ານ ນາງ Martine Therer (ມາຕິນ ເຕຼເຣີ), ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ທ່ານ ນາງ Heather Variava, (U.S. Ambassador) ເອກອັກຄະລັດຖະທູດ, ສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຊີ່ງມີບັນດາຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ທູຕານຸທູດ, ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ, ແຂວງ, ອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີິ້ ໄດ້ຮັບທຶນສະໜັບສະໜຸນຈາກ ອົງການ ກອຍກາ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ກອງປະຊຸມໄດ້ ສະຫຼຸບຜົນສຳເລັດຕົ້ນຕໍການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ໄລຍະ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2024. ທ່ານ ບຸນເພັງ ສີສະຫວັດ ຮັກສາການ ຫົວໜ້າຫ້ອງການ ຄຊກລ ກ່າວວ່າ: ໃນ 06 ເດືອນຕົ້ນປີ ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແມ່ນສໍາເລັດວຽກງານຕ່າງໆ ແຕ່ ເດືອນ ມັງກອນ ຫາ ເດືອນມີຖຸນາ 2024 ຊຶ່ງສາມາດສັງລວມໄດ້ດັ່ງນີ້: ການກວດກູ້ເນື້ອທີ່ດິນໄດ້ທັງໜົດ 2,543 ກວ່າເຮັກຕາ, ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 33,571 ກວ່າໜ່ວຍ; ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 24,044 ກວ່າໜ່ວຍ; ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 472 ກວ່າບ້ານ; ການເກີດອຸປະຕິເຫດທັງໝົດ 20 ຄັ້ງ (ມີຜູ້ໄດ້ຮັບເຄາະຮ້າຍຈາກ ລບຕ 43 ຄົນ, ໃນນັັ້ນ ເສຍຊີວິດ 07 ຄົນ), ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈໍານວນ 1,832 ກວ່າຄົນ; ການສໍາຫຼວດບໍ່ແມ່ນວິຊາການ ຈໍານວນ 70 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ຈໍານວນ 158 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ຈໍານວນ 7,447 ກວ່າເຮັກຕາ. ໃນຕອນທ້າຍກອງປະຊຸມ ທ່ານປະທານ ມີບາງຄໍາເຫັນ ເພືີ່ອເປັນແນວທາງພື້ນຖານໃຫ້ແກ່ຂະແໜງການ ລບຕ ດັັ່ງນີ້: ການປັບປຸງ ຄຊກລ ແມ່ນເປັນການຮັດແໜ້ນລະບົບ ປະສານງານ, ຄຸ້ມຄອງ ແລະ ດໍາເນີນວຽກງານໃຫ້ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນສາມາດວັດແທກໄດ້.