ກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ

Published on 28/06/2024

ກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ ໄດ້ຈັດຂື້ນໃນວັນທີ 27 ມິຖຸນາ 2024 ທີ່ ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໂດຍການເຂົ້າຮ່ວມຂອງ ບັນດາທ່ານຮອງລັດຖະມົນຕີ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການ, ຫົວໜ້າພະແນກການຕ່າງປະເທດ ແລະ ພະແນກອື່ນໆ ທີ່ກ່ຽວຂ້ອງທົ່ວປະເທດ. ກອງປະຊຸມ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ຄົບຄະນະ ເປັນຄັ້ງທຳອິດ ນັບແຕ່ ຄະນະ ຄຊກລ ຊຸດໃໝ່ໄດ້ຮັບການແຕ່ງຕັ້ງຂື້ນ ຕາມຂໍ້ຕົກລົງເລກທີ 152/ນຍ, ລົງວັນທີ 08 ທັນວາ 2023. ແຕ່ວັນທີ 1 ກັນຍາ 2023 ຮອດປະຈຸບັນ ຫຼາຍແຂວງໄດ້ຈັດຕັັ້ງປະຕິບັດມອບໂອນວຽກງານແກ້ໄຂບັນຫາ ລບຕ ຕາມແຈ້ງການ 012/ຄຊກລ ຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ ມາເປັນພະແນກການຕ່າງປະເທດໃນນັັ້ນມີທັງໝົດ 14 ແຂວງ ແລະ ຍັງເຫຼືອ 3 ແຂວງ. ພາຍຫຼັງການມອບ-ໂອນວຽກຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ມາຂຶ້ນກັບກະຊວງການຕ່າງປະເທດ, ຄະນະກຳມະການ ຄຊກລ ກໍໄດ້ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຄຸ້ມຄອງການເຄື່ອນໄຫວວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ພ້ອມທັງການລະດົມຂົນຂວາຍທຶນຮອນ, ຈັດຕັ້ງປະຕິບັດການເສີມຂະຫຍາຍວຽກງານຂອງຂະແໜງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໃນຂອບເຂດທົ່ວປະເທດໃຫ້ມີປະສິດພາບ, ປະສິດທິຜົນ, ມີກົນໄກກະທັດຮັດ ແລະ ໂລ່ງລ່ຽນຫຼາຍຂຶ້ນ. ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນປະຈຳ 06 ເດືອນຕົ້່ນປີ 2024 ຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆ ເປັນຕົ້ນ: ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີີດບໍ່ທັນແຕກ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ວຽກງານການສຳຫຼວດ-ກວດກູ້, ການຄຸ້ມຄອງຂໍ້ມູນ ແລະ ວຽກງານອື່ນໆ. ບັນດາຜູ້ແທນກອງປະຊຸມໄດ້ພ້ອມການຄົ່້ນຄວ້າປຶກສາຫາລື ແລກປ່ຽນຄວາມຄິດເຫັນຕໍ່ກອງປະຊຸມ, ຊື່ງໄດ້ລົງເລີກວຽກການປະສານງານຂັ້ນສູນກາງ ແລະ ທ້ອງຖີ່ນ, ການສຳຫຼວດ ແລະ ກວດກູ້, ວຽກງານການໂຄສະນາສຶກສາຄວາມສ່ຽງໄພ ໃຫ້ກ້ວາງຂວາງກວ່າເກົ່າເພື່ອໃຫ້ປະຊາຊົນ ແລະ ເດັກນ້ອຍຮັບຮູ້ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຈາກລະເບີດບໍ່ທັນແຕກ ເພື່ອຮັບປະກັນໃຫ້ອຸປະຕິເຫດຫລຸດລົງ, ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ. ພ້ອມດຽວກັນນັ້ນ, ຊອກຫາວິທີທາງລະດົມຂົນຂວາຍທຶນໃຫ້ແກ່ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນເພື່ອຈະຄົ້ນຄວ້າເອົາວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ນຳສະເໜີເຂົ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ໄລຍະ 2026-2030.