ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 12 ທີ່ ເຊີແນວ, ປະເທດສະວິດສ

Published on 16/09/2024

ທີ່ ເຊີແນວ, ປະເທດ ສະວິດສ, ໃນວັນທີ 10 ຫາ 13 ກັນຍາ 2024, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານ (CCM) ຄັ້ງທີ 12 ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາມາດຕາ ຂອງສົນທິສັນຍາ ກໍຄືການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ), ສິ່ງທ້າທາຍ ແລະ ປຶກສາຫາລືກ່ຽວກັບການຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດສົນທິສັນຍາ CCM. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ດາວວີ ວົງໄຊ, ຫົວຫນ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ນໍາສະເໜີບົດ ເພື່ອຂໍຕໍ່ໄລຍະເວລາ ຈັດຕັ້ງປະຕິບັດການສຳ ຫລວດ ກວດກູ້ລະເບີດບໍ່ທັນແຕກ ຕາມມາດຕາ 4 ຂອງ ສົນທິສັນຍາ CCM ເປັນຄັ້ງທີສອງ ໂດຍຈະມີໄລຍະ ຂອງການຈັດຕັ້ງປະຕິບັດແຕ່ເດືອນ ສິງຫາ 2025 ຫາ ເດືອນ ສິງຫາ 2030 (ເປັນໄລຍະເວລາ 5 ປີ). ໃນນັ້ນ, ໄດ້ຊີ້ໃຫ້ເຫັນສະພາບການລວມຂອງວຽກງານແກ້ໄຂບັນຫາ ລບຕ, ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດມາດຕາ 4 ທີ່ ສປປ ລາວ ໄດ້ຮັບການຕໍ່ໄລຍະເວລາ ຄັ້ງທີ່ 1 ແຕ່ປີ 2021 ຫາ 2025 ແລະ ແຜນການໃນຕໍ່ໜ້າ, ໂດຍສະເພາະໄດ້ຮຽກຮ້ອງໃຫ້ເພີ່ມຄວາມພະຍາຍາມໃນການຮ່ວມມືກັນ ຂອງທຸກພາກສ່ວນ ໃນການແກ້ໄຂບັນຫາລະເບີດ ບໍ່ທັນແຕກຢູ່ ສປປ ລາວ ໃຫ້ເປັນໄປຕາມຈຸດປະສົງ ແລະ ຄາດໝາຍທາງວາງໄວ້. ພ້ອມກັນນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມໃນຫລາຍຫົວຂໍ້ຕາມວຽກງານ ບຸລິມະສິດ ເປັນຕົ້ນແມ່ນ: ການແລກປ່ຽນບັນຫາລວມຂອງສາກົນໃນການຈັດຕັ້ງປະຕິບັດສົນທິສັນຍາ, ການຮ່ວມມື ແລະ ການຊ່ວຍເຫຼືອຂອງສາກົນ, ວຽກງານການກວດກູ້ ແລະ ໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ, ວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອຫ້າມລະເບີດ ລູກຫວ່ານ ແລະ ການສົ່ງເສີມບົດບາດຍິງ-ຊາຍໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ. ນອກຈາກກອງປະຊຸມທາງການແລ້ວ, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ທີ່ຈັດໂດຍ ອົງການຈັດຕັ້ງສາກົນ ແລະ ປະເທດຜູ້ໃຫ້ທຶນຕ່າງໆ ພ້ອມກັບພົບປະສອງຝ່າຍກັບຫລາຍພາກສ່ວນ ເພື່ອເຜີຍແຜ່ ນະໂຍບາຍ ແລະ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ກໍ່ຄືການຂົນຂວາຍການຮ່ວມມື ແລະ ການຊ່ວຍເຫລືອ ຈາກສາກົນ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນ ແລະ ສະຫນັບສະຫນູນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ. ໃນມື້ສຸດທ້າຍ, ກອງປະຊຸມ ໄດ້ຮັບຮອງເອົາບົດລາຍງານຜົນກອງປະຊຸມ, ເຊິ່ງໃນນັ້ນ ໄດ້ເຫັນດີຮັບຮອງການສະເໜີຂອງ ສປປ ລາວ ໃນການຕໍ່ໄລຍະເວລາການຈັດຕັ້ງປະຕິບັດການສຳຫລວດ ກວດກູ້ ລະເບີດບໍ່ທັນ ແຕກ ຕາມມາດຕາ 4 ຂອງສົນທິສັນຍາ ເປັນຄັ້ງທີ 2 (2025-2030) ແລະ ໄດ້ຕົກລົງເຫັນດີໃຫ້ ສປປ ລາວ ເປັນປະທານກອງປະຊຸມທົບທວນຄືນສົນທິສັນຍາ CCM ຄັ້ງທີ 3 ແຕ່ເດືອນກັນຍາ 2025- ກັນຍາ 2026. ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະ ປັດຈຸບັນ ມີລັດພາຄີທັງຫມົດ 112 ປະເທດ. ສປປ ລາວ ເປັນປະເທດທີສອງທີ່ໄດ້ລົງນາມ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນຫຼວງວຽງຈັນ. ການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຄັ້ງນີ້ ແມ່ນໄດ້ຮັບສະໜັບສະໜູນຈາກ ລັດຖະບານ ສ.ເກົາຫລີ ຜ່ານອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ.