ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ສປປ ລາວ

Published on 03/04/2025

ວັນທີ 4 ເມສາ ເປັນວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດ ບໍ່ທັນແຕກ. ວັນດັ່ງກ່າວຖືກປະກາດໂດຍ ອົງການສະຫະປະຊາຊາດ ໃນປີ 2005 ຊຶ່ງມີເປົ້າໝາຍປູກຈິດສຳນຶກກ່ຽວກັບ ອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາດັ່ງກ່າວໃນທົ່ວໂລກ ໂດຍສະເພາະ ປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ, ເຊິ່ງໃນວັນທີ 04 ເມສາ 2025 ແມ່ນຄົບຮອບ 20 ປີ ພາຍໃຕ້ຫົວຂໍ້ “ອານາຄົດທີ່ປອດໄພ ເລີ່ມຕົ້ນຈາກພວກເຮົາ” ໃນໂອກາດດັ່ງກ່າວນີ້, ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການ ສປຊ ເພື່ອການພັດທະນາ, ໂດຍໄດ້ຮັບ ການສະໜັບສະໜູນຈາກລັດຖະບານ ສ. ເກົາຫລີ ໂດຍຜ່ານ ອົງການຮ່ວມມືສາກົນ ສ. ເກົາຫລີ (KOICA), ໄດ້ຈັດການສະເຫຼີມສະຫຼອງວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂື້ນໃນວັນທີ 1 ເມສາ 2025 ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕິກະຊວງ ການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ການເປັນປະທານຮ່ວມຂອງ ທ່ານ ນາງ ມາຕີນ ເທີເຣີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ, ໂດຍມີບັນດາທ່ານເອອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ, ຜູ້ຕ່າງໜ້າ ບັນດາອົງການເຄືອຄ່າຍ ສປຊ, ອົງການປະຕິບັດງານ ແລະ ຕ່າງໜ້ານັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມງານດັ່ງກ່າວ ຫຼາຍກວ່າ 100 ທ່ານ. ໃນພີທີສະເຫຼີມສະຫຼອງດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ “ໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງການຮ່ວມມືໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນປະກອບສ່ວນທັງດ້ານທຶນຮອນ ແລະ ເຕັກນິກທີ່ຈໍາເປັນໃນການແກ້ໄຂບັນຫາທີ່ສະລັບສັບຊ້ອນ ແລະ ສິ່ງທ້າທາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງນີ້ກໍເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນບັນດາເຜົ່າ ແລະ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ກໍຄືເປົ້າໝາຍການພັດທະນາຂອງປະເທດ” ພ້ອມກັນນັ້ນ, ໃນໂອກາດສະເຫຼີມສະຫຼອງວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ພາຍໃຕ້ຫົວຂໍ້ “ອານາຄົດທີ່ປອດໄພ ເລີ່ມຕົ້ນຈາກພວກເຮົາ” ໄດ້ມີການສະແດງໄຟແສງສີທີ່ປະຕູໄຊ ໄລຍະວັນທີ 2 ເມສາ ເພື່ອເປັນການສະແດງໃຫ້ເຫັນເຖິງການຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງ. ທ່ານ ນາງ ມາຕີນ ເທເຣີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ໄດ້ຢໍ້າຄືນຄໍາໝາຍໝັ້ນອັນຍາວນານຂອງ ສປຊ ໃນການສະໜັບສະໜູນຂະແໜງແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ສປປ ລາວ ໂດຍກ່າວວ່າ: “ຄຽງຄູ່ກັບຜົນສໍາເລັດ ແລະ ຄວາມພະຍາຍາມຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາດັ່ງກ້າວ, ພວກເຮົາກໍ່ຕ້ອງສືບຕໍ່ຄວາມສາມັກຄີການຮ່ວມມື ແລະ ຊຸກຍູ້ການສະໜັບສະໜູນ ຈາກສາກົນ ເຊິ່ງເປັນສິ່ງຈໍາເປັນໃນການສະໜອງຊັບພະຍາກອນ ແລະ ຄວາມຊໍານານທີ່ຈໍາເປັນໃນການແກ້ໄຂສິ່ງທີ່ ທ້າທາຍທີ່ມີຄວາມສະລັບສັບຊ້ອນນີ້ ໂດຍສືບຕໍ່ການຮ່ວມມື, ພວກເຮົາຈຶ່ງຈະສາມາດເລັ່ງຄວາມຄືບໜ້າໃນການ ຫລຸດຜ່ອນໄພອັນຕະລາຍຈາກ ລບຕ, ຊ່ວຍເຫລືອຜູ້ລອດຊີວິດ ແລະ ສົ່ງເສີມການພັດທະນາແບບຍືນຍົງຂອງ ຊຸມຊົນທີ່ໄດ້ຮັບຜົນກະທົບ” ໂດຍຜ່ານ ການຊ່ວຍເຫຼືອຈາກ ອົງການ KOICA ນັບແຕ່ປີ 2014 ເປັນຕົ້ນມາ, ລັດຖະບານລາວ ໄດ້ສ້າງຂະແໜງ ການ ລບຕ ໃຫ້ມີຄວາມຍືນຍົງໂດຍ ສ້າງຄວາມເຂັ້ມແຂງໃຫ້ແກ່ ຫ້ອງການ ຄຊກລ ທາງດ້ານການດຳເນີນງານ ແລະ ການປະສານງານ, ເຮັດໃຫ້ການວາງແຜນຂອງຂະແໜງການ ແລະ ການຕິດຕາມກວດກາກິດຈະກຳແກ້ໄຂບັນຫາ ລບຕ ທົ່ວປະເທດລາວ ດີຂຶ້ນ. ການຊ່ວຍເຫຼືອນີ້ຍັງມີບົດບາດສຳຄັນໃນການສ້າງຄວາມສາມາດດ້ານການກວດກູ້ລະເບີດໃນ ລະດັບຊາດ ໂດຍການຂະຫຍາຍກອງກວດກູ້ລະເບີດ ເພື່ອມະນຸດສະທຳກອງທັບ 58 (Humanitarian UXO Demining) ຫລື ເອີ້ນຫຍໍ້ວ່າ ກອງ 58 ຈາກ 2 ທີມ ເປັນ 22 ທີມ. ປະຈຸບັນ, ກອງ 58 ນີ້ ດຳເນີນການສຳຫຼວດ, ທຳລາຍລະເບີດ ແລະ ໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກ ລບຕ ໃນ 2 ແຂວງ, ພ້ອມທັງປະຕິບັດ ໜ້າທີ່ທຳລາຍ ລບຕ ແບບເຄື່ອນທີ່ຕາມພື້ນທີ່ຕ່າງໆທົ່ວປະເທດ. ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ສືບຕໍ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສ້າງຜົນກະທົບຕໍ່ການພັດທະນາເສດຖະກິດ ໃນທົ່ວໂລກ, ເຊິ່ງທຸກໆປີ ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກ ລບຕ ເປັນຈໍານວນຫຼາຍພັນຄົນໃນທົ່ວໂລກ, ເຮັດໃຫ້ປະຊາຊົນປະສົບຄວາມຫຍຸ້ງຫຍາກໃນການດໍາລົງຊີວິດ ແລະ ການເຂົ້າເຖິງການບໍລິການສາທາລະນະຂັ້ນ ພື້ນຖານ. ອີງຕາມຂໍ້ມູນຈາກ ຫ້ອງການ ຄຊກລ ປະຈໍາວັນທີ 13 ມີນາ 2025, ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ, ສປປ ລາວ ໄດ້ກໍານົດພື້ນທີ່ຢືນຢັນວ່າອັນຕະລາຍແລ້ວ (Confirmed Hazardous Areas) ທັງໝົດ 2,367 ຕາລາງກິໂລແມັດ ໂດຍຜ່ານການສໍາຫຼວດທາງດ້ານວິຊາການ (Technical Surveys) ແລະ ໄດ້ດໍາເນີນການ ກວດກູ້ພື້ນທີ່ໄດ້ 949 ຕາລາງກິໂລແມັດ ໃນ 17ແຂວງ. ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ຫຼາຍກວ່າ 2 ລ້ານໜ່ວຍ ທີ່ໄດ້ຖືກທໍາລາຍ, ລວມທັງລະເບີດລູກຫວ່ານ (ບົມບີ) ຫຼາຍກວ່າ 1.2 ລ້ານໜ່ວຍ. ໃນແຕ່ລະປີ, ມີປະມານ 410.000 ຄົນ ທີ່ສາມາດເຂົ້າເຖິງ ແລະ ນໍາໃຊ້ດິນເພື່ອການກະສິກໍາ ແລະ ການສ້າງລາຍຮັບໄດ້ຢ່າງປອດ ໄພ, ການສຶກສາໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກລະເບີດ (Explosive Ordnance Risk Education) ໄດ້ຂະຫຍາຍໄປຮອດ 4,300 ບ້ານ, ເຊິ່ງເປັນປະໂຫຍດໃຫ້ແກ່ 200,000 ຄົນຕໍ່ປີ, ໂດຍມີ ແມ່ຍິງເຂົ້າຮ່ວມ 50%. ດ້ວຍຄວາມພະຍາຍາມຮ່ວມກັນເຫຼົ່ານີ້, ອຸປະຕິເຫດຈາກ ລບຕ ໃນແຕ່ລະ ປີ ໄດ້ຫຼຸດລົງຈາກ ຫຼາຍກວ່າ 300 ຄົນໃນຊ່ວງປາຍປີ 2000 ໃນປັດຈຸບັນ ຫຼຸດລົງເຫຼືອ 49 ຄົນໃນປີ 2024. ທຸກພື້ນທີ່ ທີ່ໄດ້ຮັບການກວດກູ້, ທຸກໆຊຸມຊົນທີ່ໄດ້ຮັບການຝຶກອົບຮົມ ແລະ ທຸກໆຜູ້ລອດຊີວິດທີ່ໄດ້ຮັບການຊ່ວຍ ເຫຼືອ ລ້ວນແຕ່ເປັນຂັ້ນຕອນທີ່ສໍາຄັນໃນຊຸກຍູ້ ສປປ ລາວ ໄປສູ່ອະນາຄົດທີ່ປອດໄພ ປອດຈາກໄພຂົ່ມຂູ່ຂອງ ລບຕ. ໃນປີ 2024 ທີ່ຜ່ານມາ, ລບຕ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 9 ຄົນ ແລະ ເຮັດໃຫ້ມີຜູ້ບາດເຈັບເຖິງ 40 ຄົນ. ສະເພາະສອງເດືອນຕົ້ນປີ 2025, ມີຜູ້ເສຍຊີວິດແລ້ວ 3 ຄົນ ແລະ ຜູ້ໄດ້ຮັບບາດເຈັບອີກ 6 ຄົນ ຈາກ ລບຕ. ປະມານ 60% ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກ ລບຕ ແມ່ນເດັກນ້ອຍ, ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງ ຜົນກະທົບຈາກ ປາງສົງຄາມ, ໂດຍສະເພາະລະເບີດບໍ່ທັນແຕກທີ່ຕົກຄ້າງ ຍັງສືບຕໍ່ເປັນອຸປະສັກ ແລະ ສິ່ງກີດຂວາງອັນໃຫ່ຍຫຼວງຕໍ່ ການພັດທະນາທີປອດໄພ ແລະ ຍືນຍົງ. ການກວດກູ້ ລບຕ ແມ່ນໜ້າວຽກມີຄວາມສຳຄັນ ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ. ສໍາລັບ ສປປ ລາວ ແມ່ນໜື່ງໃນຈໍານວນສອງສາມປະເທດໃນໂລກທີ່ໄດ້ຮັບ ຮອງເອົາເປົ້າໝາຍ ປພຍ ແຫ່ງຊາດ ທີ 18 ແນ່ໃສ່ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ເປັນອຸປະສັກຕໍ່ການ ພັດທະນາຂອງປະເທດ. ໃນປີ 2025, ລັດຖະບານແຫ່ງ ສປປ ລາວ ໄດ້ວ່າງແຜນກວດກູ້ພື້ນທີ່ໃຫ້ໄດ້ 65,000 ເຮັກຕາ, ໂດຍຈະຈັດບູລິມະສິດພື້ນທີການພັດທະນາ ແລະ ການກະສິກໍາ, ເພື່ອຮັບປະກັນວ່າ ພື້ນທີ່ດັ່ງກ່າວມີຄວາມປອດໄພ ແລະ ສາມາດນໍາໄປສູ່ການຄໍ້າປະກັນສະບຽງອາຫານ, ຄຽງຄູ່ກັບການສ້າງກາລະໂອກາດການພັດທະນາເສດຖະກິດເພີ່ມຂື້ນ ແລະ ຫຼຸດຜ່ອນໄພອັນຕະລາຍຈາກ ລບຕ. ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍຄູ່ຮ່ວມພັດທະນາ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ສືບຕໍ່ ແລະ ຍົກລະດັບການສະໜັບສະໜູນຕໍ່ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ, ລວມທັງການເກັບກູ້ ແລະ ການໂຄ ສະນາສຶກສາຄວາມສ່ຽງ, ບໍ່ວ່າຈະເປັນທາງດ້ານຊັບພະຍາກອນ, ຊ່ຽວຊານເຕັກນິກ ແລະ ນະວັດຕະກໍາ ລ້ວນແລ້ວ ແຕ່ມີຄວາມຈໍາເປັນຢ່າງຍິງໃນການບັນລຸຄາດໝາຍແຫ່ງຊາດກ່ຽວກັບການເກັບກູ້ລະເບີດ ພາຍໃຕ້ ແຜນຍຸດທະສາດ ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ "ເສັ້ນທາງກ້າວສູ່ຄວາມປອດໄພ" ກໍ່ຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຕາມຄາດໝາຍ.