1 / 3
2 / 3
3 / 3


ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ, ເປັນຄະນະຊີ້ນຳວຽກງານ, ບໍລິຫານຄຸ້ມຄອງ, ກວດກາວຽກງານ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ.

ເປົ້າໝາຍລວມຂອງ ຄຊກລ ແມ່ນເພື່ອໃຫ້ປະຊາຊົນທັງໝົດໃນລາວ ສາມາດດຳລົງຊີວິດຢ່າງປອດໄພຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ, ຊ່ວຍສົ່ງເສີມການພັດທະນາປະເທດຊາດ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ກັບຄືນສູ່ສັງຄົມ ແລະ ຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າຢ່າງທົ່ວເຖິງ.

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ, ຖ້າຄິດໄລ່ຕໍ່ຫົວຄົນ. ຈາກການຖີ້ມລະເບີດໃນໄລຍະສົງຄາມອິນໂດຈີນ ແຕ່ປີ 1964 – 1973, ລະເບີດຫຼາຍກວ່າ 2 ລ້ານໂຕນ ແລະ ຄາດວ່າ 30% ທີ່ຍັງບໍ່ທັນແຕກ.

ສະພາບການໃນປະຈຸບັນແມ່ນ 18 ແຂວງຂອງປະເທດ ແລະ ປະມານ 25% ຂອງບ້ານໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃນລະດັບທີ່ແຕກຕ່າງກັນ. ມໍລະດົກຂອງພວກເຂົາໜຶ່ງແມ່ນການເສຍຊີວິດ ແລະ ການບາດເຈັບຢ່າງຕໍ່ເນື່ອງ, ຊຸມຊົນຄົນພິການ ແລະ ຂັດຂວາງການພັດທະນາເສດຖະກິດ - ສັງຄົມ. ເປັນທີ່ໂສກເສົ້າ, ອຸປະຕິເຫດຈາກລະເບີດບໍ່ທັນແຕກ ຍັງມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດປະມານ 300 ຄົນໃນແຕ່ລະປີ.

ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຸບັນມີອາຍຸເກີນ 28 ປີ ແລະ ກ້າວຂຶ້ນສູ່ລະດັບເຂັ້ມແຂງໃນແຕ່ລະປີ. ເຄືອຂ່າຍທີ່ເຂັ້ມແຂງຂອງລັດຖະບານ, ການສະໜັບສະໜູນຂອງສາກົນ ແລະ ອົງການປະຕິບັດງານ ຍັງສືບຕໍ່ໃຫ້ການສະໜັບສະໜູນສຸມໃສ່ຂົງເຂດຂອງການກວດກູ້, ການສຶກສາຄວາມສ່ຽງ, ການຊ່ວຍເຫຼືອຜູ້ເຄາະຮ້າຍເປັນສຳຄັນ ແລະ ການຄຸ້ມຄອງຄຸນນະພາບ, ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຂີດຄວາມສາມາດນັບມື້ນັບຫຼາຍຂື້ນ. ການເປັນຄູ່ຮ່ວມງານທີ່ເຂັ້ນແຂງ ແລະ ຫ້າວຫັນກັບຫຼາຍພາກສ່ວນເຮັດໃຫ້ທຸກຄົນເຫັນປະເທດລາວມີຄວາມກ້າວໜ້າທີ່ດີໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ, ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍໃນຕໍ່ໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ.




ໃໝ່ລ່າສຸດ

ຂ່າວສານ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 12 ທີ່ ເຊີແນວ, ປະເທດສະວິດສ

Published on 16/09/2024

ທີ່ ເຊີແນວ, ປະເທດ ສະວິດສ, ໃນວັນທີ 10 ຫາ 13 ກັນຍາ 2024, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຫ...

ອ່ານເພີ່ມເຕີມ

ຝຶກອົບຮົມກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານ ລບຕ ໃຫ້ກອງກວດກູ້ລະເບີດ ເພື່ອມະນຸດສະທໍາກອງທັບ 58.

Published on 26/08/2024

ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາ...

ອ່ານເພີ່ມເຕີມ

ພິທີລະນຶກເຖິງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 14 ປີ.

Published on 02/08/2024

ວັນທີ 31 ກໍລະກົດ 2024, ຫ້ອງການ ຄະນະກໍາມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່...

ອ່ານເພີ່ມເຕີມ



ຂະແໜງ ລບຕ ທົ່ວປະເທດ

ສະຖິຕິຂອງຂະແໜງການ ລບຕ ທົ່ວປະເທດ

727

ຈຳນວນອຸປະຕິເຫດທັງໝົດ

219,456

ພື້ນທີ່ຢືນຢັນວ່າອັນຕະລາຍເປັນເຮັກຕາ

91,886

ພື້ນທີ່ກວດກູ້ເປັນເຮັກຕາ

1,976,576

ຈຳນວນ ລບຕ ທີ່ທຳລາຍ






ອົງການປະຕິບັດງານ



ຄູ່ຮ່ວມພັດທະນາ