ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ, ເປັນຄະນະຊີ້ນຳວຽກງານ, ບໍລິຫານຄຸ້ມຄອງ, ກວດກາວຽກງານ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ.
ເປົ້າໝາຍລວມຂອງ ຄຊກລ ແມ່ນເພື່ອໃຫ້ປະຊາຊົນທັງໝົດໃນລາວ ສາມາດດຳລົງຊີວິດຢ່າງປອດໄພຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ, ຊ່ວຍສົ່ງເສີມການພັດທະນາປະເທດຊາດ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ກັບຄືນສູ່ສັງຄົມ ແລະ ຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າຢ່າງທົ່ວເຖິງ.
ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ, ຖ້າຄິດໄລ່ຕໍ່ຫົວຄົນ. ຈາກການຖີ້ມລະເບີດໃນໄລຍະສົງຄາມອິນໂດຈີນ ແຕ່ປີ 1964 – 1973, ລະເບີດຫຼາຍກວ່າ 2 ລ້ານໂຕນ ແລະ ຄາດວ່າ 30% ທີ່ຍັງບໍ່ທັນແຕກ.
ສະພາບການໃນປະຈຸບັນແມ່ນ 18 ແຂວງຂອງປະເທດ ແລະ ປະມານ 25% ຂອງບ້ານໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃນລະດັບທີ່ແຕກຕ່າງກັນ. ມໍລະດົກຂອງພວກເຂົາໜຶ່ງແມ່ນການເສຍຊີວິດ ແລະ ການບາດເຈັບຢ່າງຕໍ່ເນື່ອງ, ຊຸມຊົນຄົນພິການ ແລະ ຂັດຂວາງການພັດທະນາເສດຖະກິດ - ສັງຄົມ. ເປັນທີ່ໂສກເສົ້າ, ອຸປະຕິເຫດຈາກລະເບີດບໍ່ທັນແຕກ ຍັງມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດປະມານ 300 ຄົນໃນແຕ່ລະປີ.
ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຸບັນມີອາຍຸເກີນ 28 ປີ ແລະ ກ້າວຂຶ້ນສູ່ລະດັບເຂັ້ມແຂງໃນແຕ່ລະປີ. ເຄືອຂ່າຍທີ່ເຂັ້ມແຂງຂອງລັດຖະບານ, ການສະໜັບສະໜູນຂອງສາກົນ ແລະ ອົງການປະຕິບັດງານ ຍັງສືບຕໍ່ໃຫ້ການສະໜັບສະໜູນສຸມໃສ່ຂົງເຂດຂອງການກວດກູ້, ການສຶກສາຄວາມສ່ຽງ, ການຊ່ວຍເຫຼືອຜູ້ເຄາະຮ້າຍເປັນສຳຄັນ ແລະ ການຄຸ້ມຄອງຄຸນນະພາບ, ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຂີດຄວາມສາມາດນັບມື້ນັບຫຼາຍຂື້ນ. ການເປັນຄູ່ຮ່ວມງານທີ່ເຂັ້ນແຂງ ແລະ ຫ້າວຫັນກັບຫຼາຍພາກສ່ວນເຮັດໃຫ້ທຸກຄົນເຫັນປະເທດລາວມີຄວາມກ້າວໜ້າທີ່ດີໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ, ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍໃນຕໍ່ໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ.
ໃໝ່ລ່າສຸດ
ຂ່າວສານ
ປະກາດຮັບສະໝັກເພື່ອນຮ່ວມງານໃໝ່
Published on 06/3/2025
ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາ...
ອ່ານເພີ່ມເຕີມກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຄັ້ງທີ 02 ປະຈຳປີ 2024
Published on 02/11/2024
ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈັດຂື້ນໃນຕອນບ່າຍ ວັນທີ 01...
ອ່ານເພີ່ມເຕີມຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 12 ທີ່ ເຊີແນວ, ປະເທດສະວິດສ

Published on 16/09/2024
ທີ່ ເຊີແນວ, ປະເທດ ສະວິດສ, ໃນວັນທີ 10 ຫາ 13 ກັນຍາ 2024, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຫ...
ອ່ານເພີ່ມເຕີມຂະແໜງ ລບຕ ທົ່ວປະເທດ
ສະຖິຕິຂອງຂະແໜງການ ລບຕ ທົ່ວປະເທດ
734
ຈຳນວນອຸປະຕິເຫດທັງໝົດ
273,350
ພື້ນທີ່ຢືນຢັນວ່າອັນຕະລາຍເປັນເຮັກຕາ
95,043
ພື້ນທີ່ກວດກູ້ເປັນເຮັກຕາ
2,015,594
ຈຳນວນ ລບຕ ທີ່ທຳລາຍ
ອົງການປະຕິບັດງານ






ຄູ່ຮ່ວມພັດທະນາ












.jpg)
