ກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ

Published on 18/07/2024

ໃນລະຫວ່າງວັນທີ 08-17 ກໍລະກົດ 2024, ສປປ ລາວ ໄດ້ມີການຈັດງານວາງສະແດງແຜ່ນຜ້າທີ່ຖືກຕ່ຳ ແລະ ແຕ້ມເປັນລວດລາຍຮູບພາບການເລົ່າເລື່ອງຜົນກະທົບຂອງລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສະແດງໃຫ້ເຫັນຜົນໄດ້ ຮັບຈາກການກວດກູ້ ລບຕ ທີ່ໄດ້ຊ່ວຍປົກປັກຮັກສາຊີວິດ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ. ຊຶ່ງໄດ້ຈັດງານວາງສະແດງດັ່ງກ່າວໃນໄລຍະ ກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ (The Ministerial meeting of the High-Level Political Forum on Sustainable Development - HLPF) ທີ່ຈັດຂື້ນຢູ່ ສຳນັກງານໃຫຍ່ອົງການ ສປຊ. ນອກຈາກນີ້, ສປປ ລາວ ຍັງໄດ້ຈັດກອງປະຊຸມປິ່ນອ້ອມ (Side Event) ຮ່ວມກັບປະເທດ ອາແຊກໄບຊານ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເສດຖະກິດ ຂອງ ປະເທດອາແຊກໄບຊານ, ພາຍໃຕ້ຫົວຂໍ້: ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ/ລະເບີດຝັງດິນ ເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ(UXO/Mine Action to Attain the Sustainable Development Goals and Leave No One Behind) ເຊິ່ງເປັນຫົວຂໍ້ທີ່ຕິດພັນກັບ ປພຍ ແຫ່ງຊາດ ຂອງ ສປປ ລາວ ແມ່ນ ປພຍ 18: ຊີວິດປອດໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ (Lives Safe from UXO) ແລະ ອາແຊກໄບຊານແມ່ນ ປພຍ 18: ການເກັບກູ້ລະເບີດຝັງດິນ (Mine Action). ການຈັດງານທັງສອງນີ້ແມ່ນແນ່ໃສ່ເຜີຍແຜ່ແນວທາງນະໂຍບາຍ ແລະ ສ້າງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງ ລະເບີດບໍ່ທັນແຕກ ຢູ່ ສປປ ລາວ, ເພີ່ມຄວາມເຂົ້າໃຈເຖິງຜົນກະທົບທີ່ມີຕໍ່ປະຊາຊົນ ແລະ ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າທີ່ຍັງຕ້ອງໄດ້ໃຊ້ຊີວິດກັບຄວາມສ່ຽງຈາກ ລະເບີດບໍ່ທັນແຕກ ແລະ ລະດົມການຮ່ວມມືສະໜັບສະໜູນຕໍ່ວຽກງານດັ່ງກ່າວຈາກວົງຄະນາຍາດສາກົນ. ການຈັດງານຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ UNDP ປະຈຳ ສປປ ລາວ ແລະ KOICA.