ພິທີລະນຶກເຖິງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 14 ປີ.

Published on 02/08/2024

ວັນທີ 31 ກໍລະກົດ 2024, ຫ້ອງການ ຄະນະກໍາມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຈັດວັນລະນຶກເຖິງ ວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 14 ປີ (1 ສິງຫາ 2010 – 1 ສິງຫາ 2024) ທີ່ ສູນຝຶກອົບຮົມແຫ່ງຊາດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮອງປະທານ ຜູ້ປະຈຳການ ຄຊກລ ແລະ ທ່ານ ນາງ ມາຕິນ ເຕຼເຣີ (Martine Therer), ຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາທູດ,ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ບັນດາທ່ານຜູ້ຕາງໜ້າກະຊວງ, ອົງການປະຕິບັດງານ, ນັກສຶກສາ ແລະ ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ມີຄໍາເຫັນວ່າ: ເພື່ອເປັນການສະກັດກັ້ນບໍ່ໃຫ້ປະຊາຄົມໂລກຕ້ອງຕົກຢູ່ໃນຊະຕາກຳທີ່ພົບພໍ້ກັບຄວາມອັນຕະລາຍຂອງຜົນກະທົບຈາກລະເບີດລູກຫວ່ານ, ບັນດາປະເທດຕ່າງໆທີ່ຮັກຫອມສັນຕິພາບລວມທັງ ສປປ ລາວ ໄດ້ຮ່ວມກັນລິເລີ່ມຂະບວນການ ໂອສໂລ (Oslo Process) ນັບແຕ່ປີ 2007 ທີ່ປະເທດນອກແວ ເປັນເຈົ້າພາບຈັດກອງປະຊຸວວ່າດ້ວຍລະເບີດລູກຫວ່ານ (Conference on Cluster Munition) ທີ່ມີບັນດາປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມປຶກສາຫາລືຜົນກະທົບທາງດ້ານມະນຸດສະທຳຂອງລະເບີດລູກຫວ່ານ ແລະ ໄດ້ເປັນຈຸດເລີ່ມຕົ້ນຂອງການຮ່າງສົນທິສັນຍາຂື້ນມາ. ຕໍ່ມາຈຶ່ງໄດ້ມີການຈັດກອງປະຊຸມທາງການທູດທີ່ ດັບບລິນ, ປະເທດອຽກລັງ (ເອີ້ນວ່າ Dublin Diplomatic Conference) ເພື່ອເຈລະຈາ ແລະ ຮັບຮອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນປີ 2008 ຫລື ເອີ້ນວ່າ ສົນທິສັນຍາ CCM ທີ່ເປັນສົນທິສັນຍາສາກົນໃນການເກືອດຫ້າມອາວຸດອັນຕະລາຍນີ້ ແລະ ກຳນົດມາດຕະການໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ພ້ອມກັບສົ່ງເສີມການຮ່ວມມື ແລະ ການຊ່ວຍເຫລືອສາກົນຕໍ່ວຽກງານດັ່ງກ່າວ. ຊຶ່ງ ສປປ ລາວ, ໃນນາມປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ໄດ້ເປັນໜຶ່ງໃນປະເທດນຳພາຂະບວນການເຈລະຈາ ແລະ ມີສ່ວນຮ່ວມການສ້າງສົນທິສັນຍາມາແຕ່ເລີ່ມຕົ້ນ ແລະ ເປັນປະເທດທີ່ 2 ທີ່ໄດ້ລົງນາມໃນສົນທິສັນຍາ CCM ຖັດຈາກປະເທດນອກແວ ແລະ ໄດ້ເປັນປະເທດເຈົ້າພາບຈັດກອງປະຊຸມລັດພາຄີສົນທິສັນຍາ CCM ເປັນຄັ້ງທຳອິດ ໃນປີ 2010 ທີ່ນະຄອນຫຼວງວຽງຈັນ. ສປປ ລາວ ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກລະເບີດລູກຫວ່ານ ທີ່ໄດ້ຖືກຖີ້ມລະເບີດໃສ່ ຫລາຍກວ່າ 270 ລ້ານໜ່ວຍໃນໄລຍະສົງຄາມ ແລະ ຫລັງຈາກສົງຄາມສິ້ນສຸດ ຄາດວ່າມີ 80 ລ້ານໜ່ວຍ ທີ່ຍັງບໍ່ແຕກ ແລະ ລະເບີດດັ່ງກ່າວຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດ ສັບຊິນປະຊາຊົນທົ່ວປະເທດ ແລະ ເປັນສິ່ງກີດຂວາງການພັດທະນາປະເທດຊາດ. ສະເພາະໃນປີ 2024 ນັບແຕ່ເດືອນມັງກອນ ຫາ ປະຈຸບັນ, ອຸປະຕິເຫດຈາກ ລບຕ ໄດ້ເກີດຂຶ້ນທັງໝົດ 21 ຄັ້ງ, ເຮັດໃຫ້ມີຜູ້ໄດ້ຮັບຜົນກະທົບຈາກ ລບຕ 44 ຄົນ ຊຶ່ງ 50 ເປີເຊັນ ແມ່ນເດັກນ້ອຍ. ຕະຫລອດໄລຍະຜ່ານມາ ວຽກງານການແກ້ໄຂບັນຫາ ລບຕ ແມ່ນໄດ້ມີຄວາມຄືບໜ້າເປັນກ້າວໆ ສະແດງອອກຄືສາມາດກວດກູ້ ລບຕ ອອກຈາກພື້ນທີ່ຢູ່ອາໄສ, ບ່ອນທຳມາຫາກິນຂອງປະຊາຊົນ ແລະ ການກວດກູ້ ລບຕ ອອກຈາກພື້ນທີ່ ເພື່ອຕອບສະໜອງການພັດທະນາ. ບັນດາຄວາມຄືບໜ້າເຫລົ້ານີ້ແມ່ນຍ້ອນການປະກອບສ່ວນການຮ່ວມມື ແລະ ຊ່ວຍເຫລືອຈາກສາກົນ. ໃນໂອກາດນີ້, ບັນດາຜູ້ເຂົ້າຮ່ວມໄດ້ຊົມການວາງສະແດງລະເບີດບໍ່ທັນແຕກທີ່ກວດກູ້ປອດໄພແລ້ວ ແລະ ຮູບພາບການສຳຫຼວດ-ກວດກູ້, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຂໍ້ມູນຂ່າວສານເຜີຍແຜ່ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ ເພື່ອປ້ອງການການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ. ຕອນທ້າຍ ທ່ານ ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ຮອງປະທານ ຜູ້ປະຈຳການ ຄຊກລ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ການປະກອບສ່ວນທີ່ມີຄຸນຄ່າຂອງທຸກພາກສ່ວນ ແລະ ການຊ່ວຍເຫຼືອສະໜັບສະໜູນ ການຈັດຕັ້ງປະຕິບັດຕາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ກໍ່ຄືການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢຸ່ ສປປ ລາວ ແລະ ຫວັງຢ່າງຍິງວ່າທຸກພາກສ່ວນທີ່ກ່ຽວຂ້ອງ ທັງຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ, ຕະລອດຮອດປະຊາຄົມໂລກ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຈາກ ລບຕ ກໍຄື ສປປ ລາວ ເພື່ອຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້.